ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານ ຊັ້ນພັນຕີ ຂື້ນ ຊັ້ນພັນໂທ ຢູ່ເຂດໃຈກາງ 2


     ກົມໃຫຍ່ພະລາທິການກອງທັບ ໄດ້ຮັບກຽດເປັນເຈົ້າພາບ ຈັດພິທີປະກາດການເລື່ອນຊັ້ນ, ທຽບຊັ້ນໃຫ້ນາຍທະຫານຈາກຊັ້ນ ພັນຕີ
ຂື້ນ ຊັ້ນພັນໂທ ຈໍານວນ 85 ສະຫາຍ ຢູ່ເຂດໃຈກາງ 2, ເຊິ່ງລວມມີ 10 ກົມກອງຄື: ກົມໃຫຍ່ພະລາທິການ, ກົມໃຫຍ່ເຕັກນິກກອງທັບ,
ກອງບັນຊາການທະຫານອາກາດ, ກອງພັນໃຫຍ່ທະຫານຮາບຍານເກາະທີ 11, ກອງພັນໃຫຍ່ 279, ກອງພັນໃຫຍ່ຕີພິເສດ 497, ກອງ
ພັນໃຫຍ່ 605, ກອງພັນໃຫຍ່ປ້ອງກັນອາກາດ 641, ກອງພັນໃຫຍ່ລົດຕັງ-ຍານເກາະ 661 ແລະ ກອງພັນໃຫຍ່ 941, ພິທີດັ່ງກ່າວແມ່ນ
ໄດ້ຈັດຂື້ນໃນວັນທີ 2 ພະຈິກ 2023 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາ
ເພັດ ສີຊານົນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມໃຫຍ່, ກົມ
ພະນັກງານ, ຄະນະພັກ-ຄະນະບັນຊາກົມກອງ, ຫ້ອງການ, ພະແນກການ ແລະ ພະນັກງານນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ທຽບ
ຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນ
ຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານ ຈາກຊັ້ນ ພັນຕີ ຂື້ນຊັ້ນ ພັນໂທ ຢູ່ເຂດໃຈກາງ 2, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ
ສະບັບປັບປຸງໃນພາກທີ II, ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງຕາມການຄົ້ນຄ້ວາ ແລະ ນໍາສະເໜີ
ຂອງ ກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ ເລື່ອນຊັ້ນ, ທຽບຊັ້ນ ພັນຕີ ຂື້ນ ຊັ້ນພັນໂທ ຈໍານວນ 85 ສະຫາຍ. ໃນ
ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີການປະກາດເລື່ອນຊັ້ນ, ທຽບ
ຊັ້ນ ໃຫ້ນາຍທະຫານຢູ່ເຂດໃຈກາງ 2 ໃນຄັ້ງນີ້, ກ່ອນອື່ນໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ບັນດາສະຫາຍ
ຍາດມາໄດ້, ເຊິ່ງໄດ້ສະແດງເຖິງຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນເອງ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກ
ງານການເມືອງຂອງກົມກອງທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຈົບງາມ.

     ໂອກາດນີ້, ຈື່ງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ໂດຍສະເພາະຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນໃໝ່ໃນຄັ້ງນີ້ ຈົ່ງພ້ອມກັນ
ເອົາໃຈໃສ່ຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັກກົກ ແລະ ຖືເປັນວຽກງານແຖວໜ້າ, ສອດຫ້ອຍເຂົ້າທຸກຂົງ
ເຂດວຽກງານການເມືອງຂອງກົມກອງຢ່າງເປັນປົກກະຕິ, ຝຶກຝົນຫຼຸໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນສົມບັດສິນທໍາປະຕິວັດ, ປະຕິບັດຫຼັກ
ການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ພ້ອມທັງເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍ
ບາຍປ່ຽນແປງໃໝ່ຂອງພັກ, ປະຕິບັດທຸກມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຍົກສູງສະຕິ
ລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ຕອບຕ້ານ ແລະ ສະກັດກັ້ນໃນການໂຄສະນາບຶດເບື່ອນໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍ
ບາຍຂອງພັກ-ລັດ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານ
ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນປະຫວັດສາດຕ່າງໆ ຂອງຊາດ ຂອງພັກ ແລະ ຂອງກອງທັບ ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນໃນ
ທົ່ວກອງທັບ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 03/11/2023